ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ Munich


   ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 20 ກຸມພາ​ນີ້​ວ່າ: ເມື່ອ​ວັນ​ທີ 19 ກຸມພາ​ທີ່​ຜ່ານ​ມາ, ກອງ​ປະຊຸມ​ຄວາມ​ໝັ້ນຄົງ ມູ​ນິກ ເຊິ່ງ​ເປັນ​ກອງ​ປະ ຊຸມ​ກ່ຽວ​ກັບ​ຄວາມ​ໝັ້ນຄົງປະຈຳປີທີ່​ໃຫຍ່​ຂອງ​ໂລກຖືກ​ຈັດ​ຂຶ້ນ​ຢູ່​ນະຄອນມູ​ນິກທາງ​ພາກ​ໃຕ້​ຂອງ​ປະເທດເຢຍ​ລະ​ມັນ ໄດ້​ສິ້ນ​ສຸດ​ລົງພາຍຫຼັງ​ດຳເນີນ​ມາ​ເປັນ ​ ເວລາ 3 ວັນ. ການ​ປະ​ທະ​ກັນ​ລະຫວ່າງຣັດເຊຍ-ອູ​ແກຼນ ໄດ້​ກາຍເປັນຫົວຂໍ້ຫຼັກ​ຂອງ​ການ​ປຶກສາ​ຫາລື​ກັນ​ໃນ​ກອງ​ປະຊຸມ​ປິ​ນີ້.

     ບັນດາ​ການ​ນຳ ແລະ ຜູ້​ປາຖະກະຖາ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມໄດ້​ໃຫ້ທັດສະນະຕໍ່ບັນຫາດັ່ງກ່າວແຕກຕ່າງກັນໄປ​ຄຽງ​ຄູ່​ກັນ​ນັ້ນ, ກໍໄດ້ປຶກສາຫາລືຫຼາຍບັນ ຫາເປັນຕົ້ນແມ່ນ​ດ້ານ​ການເມືອງ, ເສດຖະກິດຕະຫຼອດ​ຮອດ​ຄວາມ​ໝັ້ນຄົງ, ການ​ປ້ອງ​ກັນ​ຊາດ, ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ, ສິ່ງແວດລ້ອມ, ຄວາມ ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ທົ່ວ​ໂລກ. ໃນ​ບົດ​ກ່າວ​ປາ​ໄສ​ປິດ​ກອງ​ປະຊຸມ, ທ່ານ ຄຣິ​​ສ​ຕົບ ຮື​​ສ​ເກນ ປະທານ​ກອງ​ປະຊຸມຄວາມ​ໝັ້ນຄົງ ມູ​ນິກ 2023 ຕີ​ລາ ຄາ​ວ່າ: ກອງ​ປະຊຸມ​ໄດ້​ສະແດງ​ໃຫ້ເຫັນ “ຄວາມ​ສາມັກຄີ​ຢ່າງ​ເຂັ້ມແຂງ​ຂອງເຂດ​ອັດ​ລັງ​ຕິກ” ທຸກຝ່າຍຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຂະແໜງ​ປ້ອງ​ກັນ​ຊາດ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ຂອງ​ຍຸກ​ສະໄໝ​ໃຫ້ໄດ້​. ຢູ່​ນອກ​ກອງ​ປະຊຸມກໍ​ມີການດຳເນີນ​ຫຼາຍ​ວາລະ​ປຶກສາ​ຫາລື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍກ່ຽວກັບບັນ ຫາທີ່​ສາກົນ​ໃຫ້ຄວາມ​ສົນໃຈ ແລະ ທີ່ເດັ່ນກວ່າໝູ່​ແມ່ນ​ການ​ພົບ​ປະ​ກັນ​ຂອງ​ຜູ້ຕາງໜ້າຈາກອາ​ເມ​ຣິ​ກາ, ຈີນ, ເຢຍ​ລະ​ມັນ, ຝຣັ່ງ, ຍີ່ປຸ່ນ ແລະ ສ ເກົາຫຼີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/02/2023